ມູນມັງ ມາລີ-ສິລາ ວີຣະວົງສ໌ ພິມ

Story of MMSV
(Mounmang Mali-Sila Viravongs: Mali Sila Viravongs ‘ Heritage)

ວ່າດ້ວຍ ກອງທຶນ: ມູນມັງ ມາລີ-ສິລາ ວີຣະວົງສ໌ ເອີ້ນຫຍໍ້ວ່າ ມ.ມ.ສ.ວ.
ຈັດຕັ້ງຂຶ້ນໂດຍ ລູກ-ຫຼານ ຂອງ ຍາພໍ່ມະຫາສິລາ ວີຣະວົງສ໌ ກັບ ແມ່ ມາລີ, ຍາດພີ່ນ້ອງ ເພື່ອນມິດ ທັງພາຍໃນແລະຕ່າງປະເທດ
ອຳນວຍການໂດຍ ນາງ ດວງເດືອນ ບຸນຍາວົງ

ຄວາມເປັນມາ : ເປັນຫຍັງ ຈຶ່ງມາເປັນ ມມສວ  ຫລື ມູນມັງ ມາລີສິລາ ວີຣະວົງສ໌

ມີຜົນງານດ້ານການຂຽນ ຄົ້ນຄວ້າ ປະລິວັດ ລິດຈະນາ ຂອງມະຫາສິລາ ມີຫຼາຍແບບຫຼາຍຢ່າງ ທັງແ່ກະຈາຍບົນສອງຝັ່ງແມ່ນຳ້ຂອງ ຜ່ານກາລະເວລາອັນຍາວນານ ນັບແຕ່ເປີງປະເທດຊາດ ບໍ່ທັນເປັນເອກະລາດຢ່າງສົມບູນ ຈົນເຖິງໄລຍະຕໍໍ່ສູ້ຂຸ້ນຂ້ຽວ ແລະໄຊຊະນະສົມບູນຂອງການ ປະຕິ ວັດຊາດປະຊາທິປະໄຕ ໃນວັນທີ 2 ທັນວາ ປີ 1975
ບາງເຫຼັ້ມ ບາງບົດ ສາບສູນໄປຕາມເວລາ ແລະອາຍຸການຂອງມັນ ຈຳນວນທີ່ເຫຼືອລອດ ຈາກ ນຳ້ຖ້ວມ ໄຟໄໝ້ ແລະມົດປວກ ໄດ້ກາຍເປັນໜັງສືຫາຍາກ ແລະຫວງແຫນ… ຫຼາຍເລື່ອງຫລາຍ ບົດໄດ້ຮັບໃຊ້ວົງການສຶກສາທັງທາງໂລກແລະທາງທັມມະແລະວົງການຄົ້ນ ຄວ້າມາຮອດປັດຈຸບັນ ແລະອີກຫຼາຍເລື່ອງກໍພວມລໍຄອຍການສຶກສາ ວິໄຈວິຈານ ແລະຈັດພິມຄືນໃຫ້ຄົນເກີດໃໝ່ໃຫຍ່ ລຸນໄດ້ສືບຕໍ່ຊົມໃຊ້ຕາມຄຸນຄ່າຂອງມັນ.

ມ.ມ.ສ.ວ ຫລື ມູນມັງມາລີ ສິລາ ວີຣະວົງສ໌ ກໍ່ຕັ້ງຂຶ້ນໂດຍ ພວກລູກຫຼານຍາດມິດ ເຊິ່ງເຄີຍຄຶດຢາກກໍ່ຕັ້ງ “ມູນລະນິທິ ມະຫາສິລາ ວີຣະວົງສ໌ “ມາແຕ່ຊຸມປາຍປີ 1990 ພຸ້ນແລ້ວ, ໃນຄາວນັ້ນ ເງື່ອນໄຂພາວະວິໄສຫຼາຍຢ່າງ ບໍ່ທັນເອື້ອອຳນວຍ ຈຶ່ງໄດ້ເຍື້ອນເວລາມາ, ຈົນກະທັ້ງ ໃນປີ 2003 ແມ່ມາລີ ພັນລະຍາຄູ່ຊີວິດຂອງເພິ່ນ ກໍໄດ້ລາຈາກໂລກນີ້ໄປເຊັ່ນກັນ, ພວກລູກຫຼານຈຶ່ງໄດ້ທ້ອນ ຫອມຊັບສົມບັດທີ່ ພໍ່ແມ່ທັງສອງສ້າງໄວ້ໃຫ້ເຂົ້າເປັນກອງທຶນນຶ່ງ ເອີ້ນວ່າ: ມູນມັງມາລີ-ສິລາ ວີຣະວົງສ໌ (ມມສວ) ເຊິ່ງບໍ່ໄດ້ຈັດຕັ້ງຢ່າງເປັນທາງການ ຫຼື ເປັນ ອົງກອນນິຕິບຸກຄົນ ພຽງແຕ່ເປັນ ການເຕົ້າໂຮມຂອງ ສະມາຊິກໃນຄອບຄົວ ແລະຍາດມິດເພື່ອນ ຝູງເທົ່ານັ້ນ.