ມ.ມ.ສ.ວ ເຮັດຫຍັງແດ່ ພິມ

ໃນຂັ້ນຕົ້ນ ກອງທຶນ ມມສວ ມີລາຍໄດ້ຈາກ ຄ່າລິຂະສິດຜົນງານ ຂອງຍາພໍ່ມະຫາ ສິລາ ວີຣະວົງສ໌ ເປັນຕົ້ນ ພົງສາວະດານລາວ, ພື້ນທ້າວຮຸ່ງທ້າວເຈືອງ, ປະຫວັດໜັງສືລາວ …
ຕໍ່ມາ ຫລັງຈາກ ແມ່ມາລີ ພັນລະຍາຄູ່ຊີວິດ ຂອງເພິ່ນເສຽຊີວິດໄປໃນປີ 2003, ພວກລູກໆ ກໍໄດ້ສະສົມທ້ອນໂຮມຊັບສົມບັດທີ່ພໍ່ແລະແມ່ ສ້າງໄວ້ໃຫ້ນັ້ນ ບວກໃສ່ການປະກອບສ່ວນຈາກ ບັນດາລູກຫຼານ ຍາດພີ່ນ້ອງ ເພື່ອນມິດທັງພາຍໃນ ແລະຕ່າງປະເທດ ຕັ້ງເປັນກອງທຶນໄວ້ ເພື່ອກະກຽມກໍ່ຕັ້ງມູນນິທິ, ມາຮອດປີ 2005 ມ.ມ.ສ.ວ ໄດ້ປຸກສ້າງເຮືອນຫຼັງນຶ່ງຂຶ້ນໃນເຂດທີ່ດິນ ຂອງລູກສາວສອງຄົນຄື ນາງດາຣາ ກັນລະຍາ ແລະນາງດວງເດືອນ ບຸນຍາວົງ ທີ່ບ້ານໄຮ່ /ທ່າງ່ອນ ມ.ໄຊທານີ ນະຄອນຫຼວງວຽງຈັນ ໄວ້ເປັນບ່ອນຮັກສາເກັບມ້ຽນເອກະສານ ຜົນງານ ທັງໝົດຂອງມະຫາສິລາ ວີຣະວົງສ໌ ແລະປຶ້ມເກົ່າແກ່ທັງຫລາຍທີ່ຕົກທອດມາ ແຕ່ສະໄໝພໍ່ ແລະ ປຶ້ມອື່ນໆທີ່ໄດ້ຈາກການບໍລິຈາກ ຈຳນວນກວ່າ 5000 ຫົວ. ມາໃນປີ 2006 ມ.ມ.ສ.ວ ກໍໄດ້ປຸກຫ້ອງສະໝຸດນ້ອຍ ມສາທີ່ວັດປ່າ ບ້່ານນາຄູນເໜືອ ມ. ນາຊາຍທອງ ນະຄອນຫຼວງວຽງຈັນ ໄວ້ໃຫ້ເປັນບ່ອນ
ໃນປັດຈຸບັນ ປຶ້ມທັງໝົດຮັກສາມ້ຽນໄວ້ໃນຕູ້ແກ້ວຢ່າງດີ ລໍຄອຍການຂຶ້ນທະບຽນ ແລະອະນຸຍາດ ເປັນຫໍສະໝຸດມະຫາຊົນ .         
ນອກຈາກການປຸກສ້າງເຮືອນໄວ້ເປັນຫໍສະໝຸດ ມະຫາສິລາ ວີຣະວົງສ໌ ໃນອະນາຄົດນີ້ແລ້ວ ຜ່ານມາທາງ ມ.ມ.ສ.ວ. ກໍໄດ້ປະຕິບັດພາລະກິດຕາມຈຸດປະສົງທີ່ວາງໄວ້ແຕ່ຫົວທີ ຄື:

- ໃຫ້ທຶນສຶກສາ ດ້ານສິລະປະ
- ການສຶກສາສົງ ທີ່ຫຼວງພະບາງ
- ທຶນສະໜັບສະໜຸນອາຈານສອນທີ່ ມຊ
- ໃຫ້ທຶນທັດສະນະສຶກສາ ກ່ຽວກັບວຽກງານທາງສັງຄົມ
- ທຶນໄປແລກປ່ຽນ ແລະທັດສະນະສຶກສາຕ່າງປະເທດ(ກຸ່ມສືບທອດມໍລະດົກລ້ານຊ້າງ)
- ສະໜັບສະໝຸນກິດຈະກຳລະຄອນເວທີສັງສິນໄຊ(ແຕ້ມຮູບ ແລະການສະແດງ)
- ສະໜັບສະໜຸນສິລະປິນ ແຕ່ມຮູບນິທານຊາດົກ
- ສະໜັບສະໝຸນການເຝິກອົບຮົມແຕ້ມຮູບຄືນ